RFA Lao ວິທຍຸເອເຊັຽເສຣີ

ວິທຍຸເອເຊັຽເສຣີ ແມ່ນໃຜ ເຮັດຫຍັງ.

ເປົ້າໝາຍ ຂອງ ວິທຍຸເອເຊັຽເສຣີ ແມ່ນເພື່ອ ສເນີຂ່າວ ແລະ ເຣື້ອງລາວຕ່າງໆ ທີ່ ປະຊາຊົນ ລາວ ບໍ່ມີ ໂອກາດ ຈະໄດ້ຍິນ ຍ້ອນຣັຖບານ ສປປລາວ ຈຳກັດ ເສຣີພາບ ຂອງ ສື່ມວນຊົນ. ເອເຊັຽເສຣີ ຈະບໍ່ເປັນ ກະບອກສຽງ ໃຫ້ ພັກ ການເມືອງໃດໆ ຫລື ກຸ່ມຄົນໃດໆ ທັ້ງສີ້ນ ແລະ ຈະສເນີຂ່າວ, ເຣື້ອງລາວ ຕ່າງໆ ທີ່ມີແຕ່ ມູນຄວາມຈິງ.ວິທຍຸເອເຊັຽເສຣີ ຜແນກ ພາສາລາວ ມີຣາຍການຫຍັງແດ່ ທີ່ ອອກອາກາດ ແລະ ອອກທາງ ອິນເຕີເນັຕ?

ຣາຍການ ຂອງ ພວກເຮົາມີ ຂ່າວ ແລະ ສາຣະຄະດີ. ສຳລັບຂ່າວນັ້ນ ປະກອບດ້ວຍ ຂ່າວລາວ, ຂ່າວຕ່າງປະເທດ ໃນຂົງເຂຕ ເອເຊັຽ ແລະ ຂ່າວໂລກ. ພວກເຮົາມີ ສາຣະຄະດີ ແລະ ສາຣະຄະດີ ປະຈຳ ສັປດາ. ສາຣະຄະດີ ບົດວິເຄາະ, ບົດວິຈານ. ສາຣະຄະດີ ປະຈຳ ສັປດາ ກໍມີ ແມ່ຍິງ ແລະ ເດັກນ້ອຍ, ບົດຮຽນ ພາສາລາວ, ຣາຍການ ອ່ານຈົດໝາຍ ຈາກ ຜູ້ຟັງ.