jindie - ບອກລາ (bok la)
Автор: jindie
Загружено: 10 авг. 2020 г.
Просмотров: 21 768 просмотров
released date: 22/10/2016
original: / leavetalking
Lyrics
ວັນທີ່ເຈົ້າໄດ້ຍ່າງເຂົ້າມາ
ສາຍຕາຂອງເຈົ້າກັບຮອຍຍິ້ມທີ່ສວຍງາມ
ນັບຈາກວັນນັ້ນ ຄວາມຜູກພັນ
ໄດ້ລະລາຍຄວາມເຫງົາ
ຂ້ອຍນັ້ນໄດ້ເຝົ້າຖ້າເຈົ້າມາ
ຄວາມສໍາພັນບໍ່ມີວັນຈະເສີຍຊາ
ເຈົ້າໄດ້ເຂົ້າມາຢູ່ໃນໃຈ
ຜູ້ຊາຍໂລຄີຄົນນີ້
ແຕ່ເຈົ້າຮູ້ບໍ່ ວ່າໃນຊີວິດນີ້
ມັນຍັງມີ ສິ່ງທີ່ຕ້ອງຄົ້ນຫາ
ຂ້ອຍເປັນພຽງ ຫນຶ່ງໃນຄົນທີ່ເຈົ້າຮັກ
ແລະເຈົາຕ້ອງບອກລາ
ຄວາມຫລັງທີ່ໄດ້ໃຫ້ກັນມາ
ເຮັດໃຫ້ຂ້ອຍລືມວັນຄືນແລະເວລາ
ບໍ່ຢາກຈະພົບ ແລະປະເຊີນ
ຄົນທີ່ຕ້ອງເດີນອອກໄປ
ແລະໃນວັນທີ່ເຮົາຕ້ອງຈາກ
ຂ້ອຍບໍ່ເຄີຍພ້ອມຈະເຫັນເຈົ້າກັບຄົນໃຫມ່
ເຈົ້າໄດ້ເຂົ້າໄປຢູ່ໃນໃຈ
ຄົນທີ່ຈະມາແທນທີ່
ແຕ່ຂ້ອຍຮູ້ດີ ວ່າໃນຊີວິດນີ້
ມັນຍັງມີ ສິ່ງທີ່ຕ້ອງຄົ້ນຫາ
ເຈົ້າເປັນພຽງ ຫນຶ່ງໃນຄົນທີ່ຂ້ອຍຮັກ
ແລະຂ້ອຍຕ້ອງບອກລາ
ບໍ່ເຄີຍຄິດທີ່ຈະປ່ອຍເຈົ້າໄປ
ແຕ່ຂ້ອຍຕ້ອງຍອມໃຫ້ເຈົ້າໄປ
ແລະວັນຫນຶ່ງເຈົ້າຕ້ອງມີຄົນໃຫມ່
ແລະຂ້ອຍກໍ່ພ້ອມທີ່ຈະທໍາໃຈ

Доступные форматы для скачивания:
Скачать видео mp4
-
Информация по загрузке: