5-ກັນຍາກັງວົນກັບການສອບເສັງ - Kanya's worry about exam
Автор: #Lao101
Загружено: 2024-09-19
Просмотров: 468
ຊຸດນິທານສະຫຼະມີຕົວສະກົດ ແມ່ນມີນິທານທັງໝົດ 12 ເລື່ອງ ທີ່ໄດ້ຮັບການອອກແບບມາສະເພາະ ເພື່ອເປັນສື່ອ່ານເສີມ ທີ່ຈະເນັ້ນຊ່ວຍໃຫ້ນັກຮຽນໄດ້ຮຽນອ່ານສະຫຼະທີ່ມີຕົວສະກົດ, ເໝາະສໍາລັບນັກຮຽນຊັ້ນປະຖົມສຶກສາ ທີ 1 ແລະ 2 ແລະ ເດັກທີ່ອາດມີຄວາມຫຍຸ້ງຍາກດ້ານການຮຽນອ່ານພາສາລາວ.
ເນື້ອໃນແມ່ນເປັນເລື່ອງລາວຂອງເດັກຍິງຜູ້ໜຶ່ງ ຊື່ວ່າກັນຍາ. ກັນຍາເປັນນັກຮຽນ ທີ່ຫາກໍເລີ່ມເຂົ້າຮຽນຊັ້ນປໍ 1. ການປ່ຽນແປງຈາກເດັກອະນຸບານ ມາເປັນນັກຮຽນປະຖົມ ອາດມີຄວາມທ້າທາຍສໍາລັບນັກຮຽນຫຼາຍຄົນ, ສະນັ້ນ ໃນເນື້ອເລື່ອງ ກໍຈະເວົ້າເຖິງຄວາມຮູ້ສຶກຕ່າງໆຂອງກັນຍາ ເມື່ອພົບກັບເຫດການ, ກິດຈະກໍາ ແລະ ງານຕ່າງໆ ທີ່ນັກຮຽນຜູ້ໜຶ່ງຈະປະສົບພົບພໍ້ ໃນໜຶ່ງປີຂອງການເຂົ້າໂຮງຮຽນ. ເລື່ອງລາວຕ່າງໆ ແມ່ນສິ່ງທີ່ເກີດຂຶ້ນໃກ້ຕົວກັບເດັກ ໃນແຕ່ລະເດືອນ ຂອງສົກຮຽນ, ສະນັ້ນ ຈຶ່ງມີຄວາມສອດຄ່ອງກັບການນໍາໃຊ້ເຂົ້າອ່ານ ແລະ ເຮັດກິດຈະກໍາເສີມການສອນ ໃນແຕ່ລະເດືອນ. ກິດຈະກໍາໃນປຶ້ມ ແມ່ນຈະເນັ້ນການຝຶກອ່ານ ແລະ ເມື່ອນັກຮຽນອ່ານຈົບ, ຄູອາຈານສາມາດນໍາໃຊ້ແຜ່ນກິດຈະກໍາດ້ານຫຼັງປຶ້ມ ແລະ ຊຸດປຶ້ມຄູ່ມືຄູ ປະກອບເປັນກິດຈະກໍາ ເສີມການຮຽນ-ການສອນພາສາລາວ ໃນຫ້ອງຮຽນ.
ຂໍຂອບໃຈທຸກການສະໜັບສະໜູນທີ່ມີຕໍ່ສໍານັກພິມສານຝັນອາຄາເດມີ. ທີມງານຫວັງວ່າ ປຶ້ມໃນຊຸດນີ້ ຈະເປັນປະໂຫຍດຕໍ່ການຮຽນພາສາລາວ ໃຫ້ແກ່ເດັກນ້ອຍລາວ.
ສາມາດເບິ່ງປຶ້ມຄູ່ມືຄູ ຂອງນິທານຊຸດນີ້ໄດ້ທີ່ - Teacher's Materials: https://sanfunlaos.aflip.in/KanyaTeac...
ເບິ່ງຄາຕາລັອກ ແລະ ສັ່ງຊື້ - Catalogue and place the order
https://wa.me/c/8562091636356
ຕິດຕາມສໍານັກພິມສານຝັນອາຄາເດມີໄດ້ທີ່:
/ sanfunbooks
Доступные форматы для скачивания:
Скачать видео mp4
-
Информация по загрузке: