ສາຂາ ສະຖາປັດຕະຍະກໍາ ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ คณะสาขาสถาปัตยกรรมศาสตร์
Автор: успокаивающий звук
Загружено: 2020-04-30
Просмотров: 1637
ສາຂາ #ສະຖາປັດຕະຍະກໍາ #ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ คณะสาขาสถาปัตยกรรมศาสตร์
-------------------------------------------------
ຫຼັກສູດ: ປະລິນຍາຕີ 5 ປີ
ຄະນະວິຊາສະຖາປັດຕະຍະກຳສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ສາຂາວິຊາສະຖາປັດຕະຍະກຳ ໝາຍເຖິງການສຶກສາ ເພື່ອອອກແບບສະຖາປັດຕະຍາກໍາທີ່ຕ້ອງອາໄສຄວາມຮູ້ທາງດ້ານສິລະ ປະ, ວິທະຍາສາດ ແລະ ເຕັກນິກວິທະຍາການຕ່າງໆ ປະກອບເຂົ້າກັນລວມເປັນຄວາມຮູ້ ທາງດ້ານວິຊາການ ເພື່ອນໍາມາສະ ໜອງຄວາມຕ້ອງການທາງດ້ານສະຖາປັດຕະຍະກໍາຂອງອະລິຍະທໍາສັງຄົມ.ໃຫ້ນັກສຶກສາເກີດຄວາມເຂົ້າໃຈໃນລາຍລະອຽດ ຂອງການອອກແບບສິ່ງປຸກສ້າງຕັ້ງແຕ່ຂະໜາດນ້ອຍເຖີງຂະໜາດໃຫຍ່.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນ ກ່ຽວກັບ ບັນດາວິທີການທີ່ນໍາໃຊ້ເຂົ້າໃນວຽກງານສະຖາປັດ ໂດຍເເນໃສ່ໃຫ້ນັກສຶກສາມີຄວາມຮູ້ ແລະ ເຂົ້າໃຈເຖິງທິດສະດີສະຖາປັດຕະຍະກຳສາດ, ປະຫວັດສາດສະຖາປັດ, ສິລະປະວັດທະນະທຳ, ເຕັກໂນໂລຊີອາຄານ ແລະ ຄວາມຮູ້ພື້ນຖານດ້ານການອອກແບບ ເພື່ອໃຫ້ນັກສຶກສາມີຄວາມສາມາດ ໃນການຈິນຕະນາການ ແລະ ສາມາດນຳເອົາຄວາມຮູ້ດັ່ງກ່າວເຂົ້າໄປໝູນໃຊ້ໃນການປະຕິບັດວຽກງານຕົວຈິງ.
ວິທີການສິດສອນ
ການສິດສອນໃນພາກວິຊາສະຖາປັດຕະຍະກຳສາດ ປະກອບມີ ພາກທິດສະດີ ແລະ ພາກປະຕິບັດຕົວຈິງເຊັ່ນ: ການເຝິກແຕ້ມຮູບ ແລະ ການອອກແບບໂຄງການຕ່າງໆ ໂດຍເລີ່ມຈາກໂຄງການຂະໜາດນ້ອຍຫາໃຫຍ່ ເຊັ່ນ: ເຮືອນ, ໂຮງຮຽນ ແລະ ອາຄານອື່ນໆ. ນອກຈາກນັ້ນ, ຍັງມີການລົງຝຶກງານໃນສໍານັກງານຂອງລັດຖະບານ ແລະ ບໍລິສັດອອກແບບພາກເອກະຊົນຕ່າງໆ, ເຮັດບົດລາຍງານທັງແບບກຸ່ມ ແລະ ດ່ຽວ ແລະ ຂຽນບົດໂຄງການຈົບຊັ້ນໃນຫົວຂໍ້ທີ່ຕົນເອງສົນໃຈ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານຄະນິດສາດ ແລະ ຟິຊິກສາດ. ເປັນຄົນມີແນວຄວາມຄິດລິເລີ່ມໃນການອອກແບບ, ມີຄວາມສາມາດໃນການແຕ້ມຮູບ, ມີຄວາມມັກໃນການລອງເຮັດສິ່ງໃໝ່ໆ. ມີຄວາມສົນໃຈໃນສິລະປະ ແລະ ມີຈິນຕະນາການ, ມີທັກສະໃນການວິເຄາະບັນຫາ, ການຮັບຟັງ ແລະ ການປັບຕົວເຂົ້າກັບສະພາບແວດລ້ອມອ້ອມຂ້າງ.
ຈົບແລ້ວສາມາດ
ຄວາມສາມາດໃນການສຶກສາ, ການອອກແບບ ດ້ານສະຖາປັດຕະຍະກຳ ໃຫ້ແທດເໝາະກັບ ສະພາບແວດລ້ອມ. ມີຄວາມຮູ້ພື້ນຖານ ກ່ຽວກັບ ການນໍາໃຊ້ວັດສະດຸກໍ່ສ້າງປະເພດຕ່າງໆ (ດິນຈີ່, ແກ້ວ, ວັດສະດຸກັນຄວາມຮ້ອນ…), ການໃຊ້ໂປຣແກຣມຄອມພິວເຕີ ແລະ ເຄື່ອງມືອື່ນໆເຂົ້າໃນການອອກແບບອາຄານເປັນລະບົບ 2 ມິຕິ ຫຼື 3 ມິຕິ.
ອາຊີບ
ເປັນນັກສະຖາປະນິກທີ່ຕອບສະໜອງວຽກງານວິຊາການໃຫ້ແກ່ພາກສ່ວນລັດ ແລະ ເອກະຊົນ ເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກ ແລະ ຫ້ອງການຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ, ເປັນທີ່ປຶກສາໃຫ້ແກ່ໂຄງການ ແລະ ບໍລິສັດຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ເປັນຜູ້ປະກອບການໃນຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບວຽກງານສະຖາປັດ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ສະຖາປັດຕະຍະກໍາສາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ແຫຼ່ງຂໍ້ມູນ: https://collegemajor.la/

Доступные форматы для скачивания:
Скачать видео mp4
-
Информация по загрузке: