Dozo - ເຂົ້າໃຈ (Official Music Video)
Автор: au8ust
Загружено: 2010-01-27
Просмотров: 1430812
MV ເພງ ເຂົ້າໃຈ ຂອງ ກິກ ວົງ DOZO
ຮູ້ ແລະກໍເຂົ້າໃຈ
ກັບເຫດຜົນ ທີ່ເຈົ້າຕ້ອງໄປໃນວັນນີ້
ກັບຄວາມຮັກ ຄວາມຜູກພັນທີ່ເຄີຍມີ
ຕໍ່ຈາກນີ້ຈະເປັນ ຈະຕາຍກໍຄົງຕ້ອງລືມ
ເພາະ ຄົນທີ່ເຈົ້າຝັນ
ຄົນໆ ນັ້ນເຂົາຄົງຈະມີດີກວ່ານີ້
ກັບຄວາມຮັກ ທີ່ໃຫ້ໄປທຸກນາທີ
ເລີຍບໍ່ດີ ບໍ່ເລິກເຊິ່ງ ເຖິງຫົວໃຈ
ໄດ້ແຕ່ຍອມຮັບຄວາມເປັນຈິງທີ່ມີ
ຕໍ່ຈາກນີ້ ເຖິງແມ່ນຕ້ອງເສຍໃຈ
ໃຫ້ທັງຊີວິດ ບວກກັບລົມຫາຍໃຈ
ແຕ່ສຸດທ້າຍມັນຄົງຍັງບໍ່ພຽງພໍ
ກໍໄດ້ແຕ່ຂໍ ໃຫ້ນັບຈາກວັນນີ້
ໃຫ້ເຈົ້າພົບຄົນທີ່ດີ ດັ່ງໃຈທີ່ເຈົ້າຝັນ
ສ່ວນກັບຄົນນີ້ ກັບຫົວໃຈທີ່ຊ້ຳ
ກໍຈະຍອມທົນ ຈະຝືນໃນວັນທີ່ເສຍໃຈ
ຮູ້ ແລະກໍເຂົ້າໃຈ
ເຖິງຈະຮັກເຈົ້ານັ້ນເທົ່າໃດກໍເທົ່ານັ້ນ
ສິ່ງດີໆ ທີ່ເຄີຍມີໃຫ້ກັນ
ຈາກນີ້ໄປມັນຄົງຈະເປັນພຽງຝັນໄປ
ໄດ້ແຕ່ຍອມຮັບຄວາມເປັນຈິງທີ່ມີ
ຕໍ່ຈາກນີ້ ເຖິງແມ່ນຕ້ອງເສຍໃຈ
ໃຫ້ທັງຊີວິດ ບວກກັບລົມຫາຍໃຈ
ແຕ່ສຸດທ້າຍມັນຄົງຍັງບໍ່ພຽງພໍ
ກໍໄດ້ແຕ່ຂໍ ໃຫ້ນັບຈາກວັນນີ້
ໃຫ້ເຈົ້າພົບຄົນທີ່ດີ ດັ່ງໃຈທີ່ເຈົ້າຝັນ
ສ່ວນກັບຄົນນີ້ ກັບຫົວໃຈທີ່ຊ້ຳ
ກໍຈະຍອມທົນ ຈະຝືນໃນວັນທີ່ເສຍໃຈ
ເຖິງແມ່ນຕ້ອງຊ້ຳ ຈະຕ້ອງເສຍໃຈພຽງໃດ
ກໍຈະທົນເກັບມັນໄວ້ຢູ່ໃນຫົວໃຈ
ເຖິງນ້ຳຕາມັນຈະໄຫຼ
ກໍຕ້ອງກັ້ນມັນເອົາໄວ້ ແບບນີ້
ກໍໄດ້ແຕ່ຂໍ ໃຫ້ນັບຈາກວັນນີ້
ໃຫ້ເຈົ້າພົບຄົນທີ່ດີ ດັ່ງໃຈທີ່ເຈົ້າຝັນ
ສ່ວນກັບຄົນນີ້ ກັບຫົວໃຈທີ່ຊ້ຳ
ກໍຈະຍອມທົນ ຈະຝືນໃນວັນທີ່ເສຍໃຈ
Доступные форматы для скачивания:
Скачать видео mp4
-
Информация по загрузке: