ຮັກຂົມຕອນລົມໜາວ - ມານະວັນ ຄຳໄຮ / ฮักขมตอนลมหนาว - มานะวัน 【OFFICIAL MV】 คำไฮ
Автор: ຄໍາໄຮເຣັກຂອດ - Khamhai Record
Загружено: 2025-11-23
Просмотров: 538
ເພງ: ຮັກຂົມຕອນລົມໜາວ
ສິລະປິນ: ມານະວັນ ຄຳໄຮ
ເນື້ອຮ້ອງ-ທຳນອງ: ໜຸ່ມຈຳພອນ
ຮຽບຮຽງດົນຕຣີ: Musicful
Mix-Master: ຄຳໄຮເຣັກຂອດ
ຕັດຕໍ່-ກຣາຟິກ: ຄຳໄຮເຣັກຂອດ
Producer: ໜຸ່ມຈຳພອນ
Recording Studio: Khamhai Record
-------------------------------------------------------------
ລົມໜາວພັດມາຄາວໃດ
ໃຈອ້າຍແກວ່ງໄກວທຸກຄາວ
ຮັກທີ່ເຄີຍເປັນຂອງສອງເຮົາ
ເຫຼືອພຽງເງົາໃນຄວາມຈຳນີ້ໜໍ
ລົມໜາວເອີຍເຈົ້າພັດພາໄປ
ຫອບເອົາຄວາມຮັກລັບຫາຍໄປແລ້ວໜໍ
ເຫຼືອແຕ່ອະດີດທີ່ມັນຂົມເໝືອນເຄືອເຂົາຮໍ
ແຮ່ງຄິດແຮ່ງທໍລະມານຫົວໃຈ
ນ້ອງເຄີຍບອກວ່າຮັກຈະບໍ່ປ່ຽນຜັນ
ຄຳເວົ້າຫວານອ້າຍຈື່ໄວ້ໃນໃຈ
ແຕ່ມື້ນີ້ນ້ອງມີຄົນໃໝ່
ອ້າຍເຫຼືອພຽງນ້ຳຕາໄຫຼໃສ່ລົມໜາວ
ສຽງລົມລ່ອງເໝືອນສຽງຮ້ອງໃຈ
ຟ້າຊິແຈ້ງຫຼືຊິໝົ່ນໝອງ
ລົມຫວນພັດຟື້ນຄວາມຫຼັງເຮົາສອງ
ໃຈອ້າຍໝອງເມື່ອລົມໂຊຍພັດມາ
ລົມໜາວເອີ໋ຍເຈົ້າພັດພາໄປ
ຫອບເອົາສາວລັບຫາຍໄປໄກຕາ
ເຫຼືອແຕ່ອະດີດທີ່ຂື່ນຂົມເມື່ອລົມມາ
ຂົມໜັກໜາ ຂົມປານວ່າເຄືອເຂົາຮໍ
ລົມໜາວເອີ໋ຍຫາກເຈົ້າຮູ້ໃຈ
ພັດຄວາມເຈັບນີ້ໄປໄກຊິໄດ້ບໍ່
ແຕ່ລົມຫວນພັດມາອີກແລ້ວໜໍ
ເໝືອນໃຈອ້າຍທີ່ຄິດຕໍ່ຢູ່ກັບເຈົ້າ
ລົມໜາວເອີ໋ຍເຈົ້າພັດພາໄປ
ຫອບເອົາສາວລັບຫາຍໄປໄກຕາ
ເຫຼືອແຕ່ອະດີດທີ່ຂື່ນຂົມເມື່ອລົມມາ
ຂົມໜັກໜາ ຂົມປານວ່າເຄືອເຂົາຮໍ
ລົມໜາວເອີ໋ຍຫາກເຈົ້າຮູ້ໃຈ
ພັດຄວາມເຈັບນີ້ໄປໄກຊິໄດ້ບໍ່
ແຕ່ລົມຫວນພັດມາອີກແລ້ວໜໍ
ເໝືອນໃຈອ້າຍທີ່ຄິດຕໍ່ຢູ່ກັບເຈົ້າ
-------------------------------------------------------------
ຄຳໄຮເຣັກຂອດ / Khamhai Record
ໃຫ້ບໍລິການ:
ແຕ່ງເພງ
ຮຽບຮຽງດົນຕຣີ
ບັນທຶກສຽງ
ມິກຊ໌ສຽງ
ຖ່າຍທຳວີດີໂອ
ຕັດຕໍ່ວີດີໂອ
ຜະລິດເພງສຳເລັດຮູບ
ສ້າງຊ່ອງຢູ່ທູບ
-------------------------------------------------------------------------------
❤︎ ຕິດຕາມ-ຕິດຕໍ່
YouTube : khamhai.record
Facebook : ຄຳໄຮເຣັກຂອດ - Khamhai Record
Доступные форматы для скачивания:
Скачать видео mp4
-
Информация по загрузке: