เผ่าตองเหลือง อรุณสวัส ตองเหลือง
Автор: sakjeuk channel
Загружено: 2025-06-16
Просмотров: 6851
#ເຜົ່າຕອງເຫລືອງ #เผ่าตองเหลือง #เที่ยวลาว
ການເດິນທາງສູ່ຫມິ່ບ້ານ ຊົນຕອງເຫລືອງ ຫລື ເຜົ່າກຣີ ຈາກໄຊຍະບູລີ ໄລຍະທາງ 100 ກິໂລແມັດ ໃຊ້ເວລາປະມານ 3 ຊົ່ວໂມງ ໃຊ້ເສັ້ນທາງ R4, ສະຖານທີ່ຕັ້ງບ້ານໃຫມ່ ແມ່ນຂື້ນຢູ່ກັບບ້ານໂພນທອງ ເມືອງພຽງ ແຂວງໄຊຍະບຸລີ.
ເຜົ່າຕອງເຫລືອງ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ຂອງວົງຄະນາຍາດແຫ່ງຊາດລາວ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ ໄດ້ຮັບຮອງເອົາໃນວັນທີ 24 ພະຈິກ 2008; ມີພາສາປາກເວົ້າເປັນຂອງຕົນເອງເອີ້ນວ່າ: “ມາບຣີ” ຈັດໃນໝວດພາສາມອນ-ຂະແມ ເປັນເຜົ່າທີ 9 ຂອງເມືອງພຽງ ແຂວງໄຊຍະ ບູລີ, ປັດຈຸບັນນີ້ ມີພົນລະເມືອງທັງໝົດ 19 ຄົນ, ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ.
ປັດຈຸບັນ, ພັກ-ລັດຖະບານ ໂດຍສະເພາະການນໍາແຂວງ, ເມືອງໄດ້ສົມທົບພາກສ່ວນກ່ຽວຂ້ອງ ແລະທ້າວບຸນນຳ ແພງຕະກຸນ ໃດ້ປຸກສ້າງເຮືອນ ຈໍານວນ 5 ຫລັງໃຫ້ແກ່ຊົນເຜົ່າກຣີ ໄດ້ມາຢູ່ຮ່ວມກັນເປັນບ້ານ ແລະ ໄດ້ຫັນຈາກການຫາກິນຕາມທໍາມະຊາດ ກິນເຜືອກ, ກິນມັນ ຫັນມາກິນເຂົ້າເປັນຫລັກ.
ຕອນນີ້ ທາງຜູ້ຮັບຜິດຊອບ ກຳລັງຊອກຫາວິທີ່ ໃນການສ້າງອາຊີບ ແລະວຽກເຮັດງານທຳ ທີ່ເປັນອາຊີບຢືນຍົງ ເພື່ອສາມາດລ້ຽງປາກທ້ອງເຂົາເຈົ້າເອງ ແລະ ສົ່ງເສີມພະຍາຍາມໃຫ້ໃດ້ຮຽນຫນັງສື ເພື່ອອານາຄົດທີ່ຍັ້ງຍືນໃນພາຍພາກຫນ້າ.

Доступные форматы для скачивания:
Скачать видео mp4
-
Информация по загрузке: