ສີ່ຫ້ອງຫົວໃຈຫາຄູ່ - ພອນສວາດ ພານທອງສິງ
Автор: ສາລາເພັງລາວຕົ້ນສະບັບ Lao Original Classic Songs
Загружено: 2023-11-14
Просмотров: 804
ສີ່ຫ້ອງຫົວໃຈຫາຄູ່
ຂັບຮ້ອງໂດຍ: ພອນສວາດ ພານທອງສິງ
ປະພັນໂດຍ:ບິນ ສຸດາຈັນທ໌
1. ສີ່ຫ້ອງຫົວໃຈ ຍັງລໍຊາຍຢູ່
ຍັງຄອຍຍອດຊູ້ ຢູ່ມາຕັ້ງນານຫຼາຍປີ
ຍັງບໍ່ມີຊາຍ ໝາຍຮ່ວມຊີວິ
ຕ້ອງທົນນອນໜາວຣຶດີ ບໍ່ມີຊາຍໃດຕ້ອງການ
2. ສີ່ຫ້ອງຫົວໃຈ ນ້ອງຍັງຫວ່າງເປົ່າ
ຍັງບໍ່ມີບ່າວ ເຂົ້າມາຮ່ວມຫໍສັມພັນ
ຄອງຄວາມເປັນໂສດ ມານານແສນນານ
ຍັງບໍ່ມີຊາຍສົງສານ ປະທານຄວາມຮັກໃຫ້ມາ
R. ຫົວໃຈ ຊ່າງທໍຣະມານ
ໂທ້ເອີຍສວັນ ຈົ່ງທານຮັກມາເຖີດໜາ
ຂໍໃຫ້ຊາຍນັ້ນ ຮັກຈິງດັ່ງວ່າ
ແຕ່ສ່ວນຕົວຂ້າ ຂໍບູຊາຮັກດ້ວຍຫົວໃຈ
3. ສີ່ຫ້ອງຫົວໃຈ ນ້ອງຍັງຄອຍຄູ່
ໂປຣດເຖີດຍອດຊູ້ ເອັນດູຍິງທີ່ຂາດຊາຍ
ຈະເປັນຊາຍແກ່ ຫຼືບ່າວກໍໄດ້
ຂໍພຽງອ້າຍຮັກຈິງໃຈ ນ້ອງກໍຮັກໄດ້ສເມີ.
Доступные форматы для скачивания:
Скачать видео mp4
-
Информация по загрузке: