ເພງ “ນ້ອງຂໍຫຼີກທາງ” - Instrumental
Автор: Phong DAVONG
Загружено: 2025-07-08
Просмотров: 2293
ດົນຕຣີບັນເລງເພງ “ນ້ອງຂໍຫຼີກທາງ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1973)
ນັກຮ້ອງຕົ້ນສະບັບ : ມະລີຈັນສຸກ ເທບສຸວັນ
Keyboard : PSR SX900
Style : Dreamy Ballad
Key : Cm (Tempo : 58)
(ເວົ້າລຳພັນ) : ຫົວໃຈຂອງນ້ອງ
ນ້ອງບໍ່ຢາກເຫັນຄວາມເສົ້າແລະນໍ້າຕາຂອງເພື່ອນຍິງດ້ວຍກັນ
ເອົາລະ ເຖິງນ້ອງຈະປວດອຸຣາພຽງໃດກໍຕາມ
ເພື່ອຍິງຄົນນັ້ນແລະອ້າຍໄດ້ເປັນສຸກ ນ້ອງຂໍຫຼີກທາງ..
1) ສັ່ງໃຈ ຂອງນ້ອງນີ້ໃຫ້ຢຸດພັກ
ຈະຕັດຮັກ ທີ່ເຄີຍຮ່ວມຮັກກັນມາ
ຕໍ່ໄປ ນ້ອງບໍ່ຂໍໃຝ່ຫາ
ຂໍເປັນຜູ່ເສັຽສະລະ ເສັຽສະລະອ້າຍໃຫ້ຍິງນັ້ນ
2) ຫັກໃຈ ທັ້ງໆທີ່ໃຈຂື່ນຂົມ
ແຕ່ຍອມຕຣົມ ຣະທົມດ້ວຍເຫັນໃຈກັນ
ເພື່ອຍິງ ທີ່ຫວັງປອງຜູກພັນ
ຫວັງຄອງຫົວໃຈອ້າຍນັ້ນ ໄດ້ດັ່ງຝັນນ້ອງຂໍຫຼີກທາງ
• ສຸກສັນກັນເຖີດ ນ້ອງເປີດເສັ້ນທາງໃຫ້ແລ້ວ
ແມ່ນໃຈຈະແປ້ວ ເປັນຮອຍເມື່ອຍາມສິ້ນຫວັງ
ຈະເອົານໍ້າຕາ ແລະວັນເວລາລົບພາບຄວາມຫຼັງ
ຖ້າຊີວິດນ້ອງຍັງ ນ້ອງກໍຈະຫວັງຮັກໃໝ່
3) ສ້າງບຸນ ກຸສົນໄວ້ພຽງເທົ່ານີ້
ຈົບກັນທີ ຮັກເຮົາທີ່ຫວັງຮ່ວມໃຈ
ຈົ່ງລືມ ນ້ອງເສັຽເລີຍຢ່າໝາຍ
ແມ່ນບຸນເຮົາມີຊາດໃໝ່ ກໍຈົ່ງໄດ້ຮ່ວມຕາຍດັ່ງຫວັງ...
https://www.studiodavong.com/lao-song...
Доступные форматы для скачивания:
Скачать видео mp4
-
Информация по загрузке: