ທົດລອງປະກອບສຽງຮ້ອງຂອງ ຈ. ປະຈັກໃຈ... ເພງ “ຕົ້ມກັນຕາໃສໆ”
Автор: Phong DAVONG
Загружено: 2025-06-24
Просмотров: 1287
ທົດລອງປະກອບສຽງຮ້ອງຂອງ ຈ. ປະຈັກໃຈ...
ເພງ “ຕົ້ມກັນຕາໃສໆ”
ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (1969)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ
Keyboard : PSR SX900
Style : Lamvong LAO
Key : Gm (Tempo : 118)
1) ຢັ້ງຢືນເປັນຟືນເປັນໄຟ ວ່າບໍ່ເຄີຍຮັກໃຜແຕ່ກຳເນີດເກີດມາ
ຫາກເປັນຈິງກໍຍັງໄຄ ຕົ້ມກັນຕາໃສໆກັບທຳເສິຍເລີຍໜ້າ
ເຫດຜົນເປັນແຖວໆ ຮ້ອຍແນວພັນແນວຜີກິນຟ້າຜ່າ
ຍາແມ່ເຈົ້າຜູ່ແກ່ສາບານ ແລ້ວອີກມື້ວານເຈົ້າໄປຄວງໃຜມາ
2) ອ້າຍທົນຈົນມາຕາມທັນ ວ່າຈະບໍ່ຫຸນຫັນຈະຄ່ອຍເວົ້າຄ່ອຍຈາ
ຈະຕົກລົງກັນໂດຍດີ ເຈົ້າກັບພານໄສໜີເບັ່ງຣາສີລອຍໜ້າ
ຜູ່ຍິງເປັນແສນໆ ຮ້ອຍແຟນພັນແຟນຫາມີຂ້ອຍວ່າ
ຊ້າກ່ອນເຈົ້າຜູ່ແກ່ໂວຫານ ແລ້ວອີກບໍ່ນານເຈົ້າຈະຫຼັ່ງນໍ້າຕາ
3) ໄດ້ໃຈມີຊາຍເດີນຄວງ ໂດດອອກມາທີ່ພ່ວງເບັ່ງຕໍ່ໜ້າຕໍ່ຕາ
ອວດພູດຈາວ່າສຽງແຂງ ເຈົ້າຜູ່ຈັນເສັຽແສງຢຸດກັນເສັຽດີກວ່າ
ຢ່າຫວັງຈະເສັຽຂວັນ ຊາດຄົນຄືກັນໃຜຈະນ້ອຍໜ້າ
ພໍເຖີດຢ່າໃຫ້ເປີດໃຫ້ແປນ ເຈົ້າຢ່າຂ້າແຟນຂ້າໃຫ້ສົມອຸຣາ...
https://www.studiodavong.com/lao-song...
Доступные форматы для скачивания:
Скачать видео mp4
-
Информация по загрузке: