ລຳສີພັນດອນ - ການ້ອຍ ຫຼ້າພາວັນ ลำสีพันดอน - กาน้อย หล้าพาวันເນື້ອລຳໄຕ້ຄິບ
Автор: Airnoy Studio
Загружено: 2020-06-09
Просмотров: 317911
ລຳສີພັນດອນ - ການ້ອຍ ຫຼ້າພາວັນ
ลำสีพันดอน - กาน้อย หล้าพาวัน
ລຳສີພັນດອນ(ທ່ອງທ່ຽວສີພັນດອນ)
1: ເປິ່ງເຊິ່ງແກ້ມອ້າຍເປິ່ງເຊີ່ງ ນ້ອງຊິພາໄປເບິ່ງເຄື່ອງຄ້ຳຂອງຄູນ ແດນອຸດົມສົມບູນມູນມັງປະຫວັດສາດ
ເປັນແດນທຳມະຊາດ ຫ້ວຍນ້ຳລຳທານ ຊີວະນາໆພັນຢູ່ເຂດນັ້ນງາມຍິ່ງມີຈິງແທ້
ເອີ...ເອີ..ເອີຍ...
2:ງາມເດ້ຈຳປາແຍ້ມ ບານເບີຍເຜີຍກິ່ນ ຫອມບໍ່ເຫີຍເຫືອດສິ້ນທົ່ວດິນດ້າວດ່ານລາວ ຈຳປາມູນມິ່ງເຫງົ້າຂອງເຜົ່າຊາວປະຊາ ເອີ້ນວ່າແຂວງຈຳປາຕໍ່ມາທຸກວັນນີ້ ຈຳປາສີບໍ່ສູນເສົ້າໃສຂາວຊ້ອຍຊຶ່ນ ນຶ່ງໃນເຂດພາກພຶ້ນຢືນຕົ້ນບໍ່ຄົ້ນຄອນ ຈຳປາບໍ່ເດືອດຮ້ອນຊ້ອນຊໍ່ສຸມສະເຫນ່ ຕ້ອງຕອກຕາວ່າງາມເດສະເຫນ່ງາມຍາມຈ້ອງ ຊື່ສຽງໂດ່ງດັງກ້ອງແຜ່ນດິນທອງກ້ວາງໃຫຍ່ ນຶ່ງໃນເຂດອາຊີຕາເວັນອອກສ່ຽງໃຕ້ໃຜພໍ້ບໍ່ຢາກຫນີ ບໍ່ຢາກຫນີໃຜພໍ້ລະບໍ່ຢາກຫນີ
3:ອັດສະຈັນອີຫລີງຶດງໍ້ຂະຫນາດ ເຫມືອນອິນທາມາວາດຍາມທ່ຽວຊົມດູ ປະສາດຫີນວັດພູ ບູຮານທ່ານກ່າວ ຕາມເຖົ້າແກ່ບອກເລົ່າເວົ້າຕໍ່ກັນມາ ແມ່ນພະຍາກົມມະທານຳພາກໍ່ສ້າງ ຈົນມາຮອດກະທັ້ງຍຸກປັດຈຸບັນ ເດືອນສາມເພັງຄົບງັນເບີກບານມ່ວນຊຶ່ນ ມ່ວນຊື່ນເບີກບານມ່ວນຊຶ່ນ ບັນຍາກາດຝົດຟຶ້ນໂອ້ຍດີຂຶ້ນລຶ່ນຫລັງ ລຶ່ນຫລັງໂອ້ຍດີຂຶ້ນລຶ່ນຫລັງ
4:ຈາກນີ້ຊິພາໄປຊົມເບິ່ງທາງແຖວເກາະດອນຄອນໃຕ້ ງາມກົກຂຸ້ມກົກໄຄ່ຕົ້ນໄມ້ລຳແຊງ ນ້ຳຕົກຕາດແຮງໆຄອນພະເພັງເຊັງຊ່າ ເປັນດິນແດນປາຂ່າປາເພ້ຍປາພອນ ຈັ່ງແມ່ນແສນອອນຊອນຫລວງຫລາຍແທ້ໆ ຈັ່ງແມ່ນງາມແທ້ນໍແມ່ດອນຕໍ່ຕິດກັນອອນຊອນແຕ່ນ້ຳຕານຢູ່ບ້ານຫີນສິ່ວ ຂຶ້ນຂີ່ລົດລິ່ວໆຮອດບໍ່ພໍຄາວ ເຖິງປາກຊ່ອງແດນຫນາວ ຊົມທຳມະຊາດ ໄປຊົມນ້ຳຕົກຕາດ ທ່ອງທ່ຽວສຳຄັນ ມີຕາດເຢືອງຕາດຟານ ອຸດທິຍານຕ່າງໆ ຍັງມີອີກຫລາຍຢ່າງຫມາກແຫນ່ງກາເຟ ຫລາຍຄົນມັກແທ້ເດນັ້ນແມ່ນຜັກອີຄູ່ ອອກຈາກຫັ້ນໄປສູ່ເມືອງທ້າວບາຈຽງ ບ່ອນທີ່ມີຊື່ສຽງນ້ຳຕົກຕາຜາສ້ວມ ບ່ອນປາຈຽງຊິນອນຮ່ວມກັບນາງມາໂລງ ເລີຍບໍ່ສົມປະສົງມະໂລງນາງຕາຍກ່ອນ ຕາຍກ່ອນມະໂລງນາງຕາຍກ່ອນ ບາຈຽງຄິດອ້ອນຕ້ອນນຳນ້ອງຢູ່ບໍ່ຫາຍ ບໍ່ຫາຍໂອ້ຍນຳນ້ອງຢູ່ບໍ່ຫາຍ
5:ຍັງມີອີກມາກມາຍຫລາຍບ່ອນຊົມຕໍ່ ແຕ່ເວລາກະມາມໍ່ໃກ້ຊິຄ່ຳແລ້ວເດ ໄປທ່ຽວເມືອງປາກເຊບ່ອນຈຸດສຸມການຄ້າ ຢູ່ບ່ອນນີ້ເພິ່ນວ່າຂອບເຂດຕົວເມືອງ ຊົມຕະຫລາດດາວເຮືອງແລ້ວກະໄປພັກຜ່ອນ ພັກຜ່ອນແລ້ວກະໄປພັກຜ່ອນ ຊື້ຂອງດີຝາກຕ້ອນ ພໍໄດ້ຕ້ອນຜູ້ຢູ່ຫລັງ ຢູ່ຫລັງພໍໄດ້ຕ້ອນຜູ້ຢູ່ຫລັງ ຝາກຄວາມຫວັງນຳອາວອາໄວ້ວັນຫນ້າຈຶ່ງຊົມຕຶ່ມຢ່າລືມເດີ
ແຕ່ງໂດຍ: ອຈ ຄຳຝັ້ນ ທ່ອນທອງ
Доступные форматы для скачивания:
Скачать видео mp4
-
Информация по загрузке: