ເພງ: ຄິດຮອດບ້ານເກີດເຮົາເດ คิดถึงบ้านเกิดของเรา
Автор: OKM STUDIO
Загружено: 2025-01-19
Просмотров: 161879
ເປັນບ່ອນລວມວິດີໂອຂອງ OKM Studio ເຊິ່ງປະກອບມີທັງເພງ, ນິທານຊີວິດຈິງ,ການເຄື່ອນໄຫວຕ່າງໆ ແລະ ລວມທັງສາລະໜ້າຮູ້ທີ່ໃຊ້ໃນຊີວິດປະຈຳວັນ.
/ vaosukanfung
ເພງ: ຄິດຮອດບ້ານເກີດເຮົາເດ
ແຕ່ງ: ຄໍາໃຍ ໄຊທອງສິນ
ຮ້ຶອງ: ອໍາພອນ ສີບຸນເຮືອງ
ຄິດຮອດ...ບ້ານເກີດ ຖິ່ນເກົ່າເຮົາເດ
ຫຍຸ້ງຍາກ ກໍແຕ່ ເປັນບ້ານເຮືອນຂອງເຮົາເຍົາໄວ
ເອັມອໍ ພາຢູ່ ຄອຍລ້ຽງດູແຕ່ນ້ອຍຈົນໃຫຍ່
ພາບເກົ່າຕິດຕາຝັງໃຈ ເຄີຍຫາໜໍ່ໄມ້ທ້າຍຝົນຕົ້ນໜາວ
ໝູ່ເຮົາ...ເຈີນີ້ ຢູ່ດີບໍນໍ?
ໝາກຈອງໝາກຄໍ້ ບ່ອນເຄີຍຫານັ້ນຍັງຄືເກົ່າ
ຢາກໄປອິ້ນປ່າ ຄືຕອນກີ້ ເດນໍ ໝູ່ເຮົາ
ນັ່ງອ້ອມກອງໄຟຊົມດາວ ຈີ່ຫົວມັນອ້ອນແບ່ງປັນກັນກິນ
ແກ້ງເຜິ້ງແກ້ງກົກ ຫນ້າແລ້ງນໍ້າໃສອາບເຢັນ
ໝູ່ເຮົາເຄີຍອິ້ນ ກ່ອນຕ່າວເຮືອນຕາເວັນໃກ້ຕົກດິນ
ຄວາມທຸກຍາກຫຼາຍ ແຕ່ທຸກຄົນສຽງຫົວອ້ອຍອິ່ນ
ນັ່ງຮົ່ມໄມ້ລົມພັດເຢັນໆ ຟັງສຽງນົກຮ້ອງກ້ອງປ່າພົງໄພ
ຄິດຮອດ...ພາບເກົ່າ ຕອນເຍົາເຮົານາ
ໜໍ່ຂົມໜໍ່ຈ້າ ໜໍ່ເຮ້ຍປ່າ ໜໍ່ຮົກໜໍ່ໄລ່
ອາຫານພື້ນບ້ານ ທໍາມະຊາດພືດພັນມາກມາຍ
ໝູ່ຄູ່ ເຮົາຢູ່ຈັ່ງໃດ ເຈີນີ້ຢູ່ໄກ ຄິດຮອດແຮງໆ
Доступные форматы для скачивания:
Скачать видео mp4
-
Информация по загрузке: