ພຣະຄຸນແມ່ - พระคุณแม่ - My Mother - COVER by SALEEKA PAPA ft YOUNG DO
Автор: Aii Me MUSIC
Загружено: 2024-03-08
Просмотров: 1142231
Artist: SALEEKA PAPA ft YOUNG DO
Song: ພຣະຄຸນແມ່
Lyrics: Thounvilay Phichit (ອ້າຍມີບອຍແບນບໍ່ນາງົວ), YOUNG DO
Beat Prod: Thounvilay
Mix Master: SALEEKA PAPA
Exclusive producer: Thounvilay Phichit (ອ້າຍມີບອຍແບນບໍ່ນາງົວ)
Productions: SALEEKA PAPA (Lintong Productions)
Original by Unicorn: • ພຣະຄຸນແມ່
ເນື້ອເພງ: ພຣະຄຸນແມ່
ໜັກກໍ່ບໍ່ເຄີຍຫວັ່ນເພື່ອລູກນັ້ນມີຄວາມສຸກ ເຖິງທຸກແມ່ກໍ່ຈະທົນທຳທຸກຢ່າງທີ່ລູກຕ້ອງການ
ອາດຈະທໍ້ໃນບາງເວລາແຕ່ຍັງມີລູກຢູ່ຂ້າງກາຍ ພ້ອມຈະເປັນກຳລັງໃຈບໍ່ຫວັ່ນໄຫວຕໍ່ສິ່ງໃດ
ຫາກດວງອາທິດຍັງສ່ອງແສງຢູ່ກໍ່ພ້ອມທີ່ຈະຕໍ່ສູ້ ຍັງມີລົມຫາຍໃຈລູກຈະຢູ່ຄຽງຂ້າງສະເໝີ
ດັ່ງນົກນ້ອຍທີ່ເລີ້ມບິນມີແມ່ນັ້ນບິນຂ້າງກາຍ ບິນລອຍຂຶ້ນໄປສູ່ກາງເວຫາ
ບໍ່ໄດ້ຫວັງສິ່ງຕອບແທນຂໍພຽງລູກນັ້ນເປັນຄົນດີ ເທົ່ານີ້ແມ່ນັ້ນກໍ່ສຸກໃຈ ບໍ່ມີຄຳອະທິບາຍພຣະຄຸນແມ່ນັ້ນຍິ່ງໃຫ່ຍ ໃຫ້ເອົາຈັກກະວານບວກທະເລກໍ່ຄົງບໍ່ພໍ
ບໍ່ອາດຈະລືມພຣະຄຸນທີ່ລ້ຽງລູກມາຈົນໃຫ່ຍໂຕສັ່ງສອນໃຫ້ເປັນຄົນດີ ລູກຂໍກາບລົງຕັກແມ່ບໍ່ໄດ້ຄິດອັກກະຕັນຍູຮູ້ບຸນຄຸນແມ່ນັ້ນເໜືອກວ່າສິ່ງໃດ
RAP: ຕ້ອງທົນອຸ້ມທ້ອງເກົ້າເດືອນກໍ່ໍ່ບໍ່ເຄີຍຫວັ່ນ ທົນນັ່ງຢູ່ຂ້າງກອງໄຟເຖິງກາຍຈະຮ້ອນຍອມແລກທຸກຢ່າງ ອາຫານລົດຊາດເດີມໆເພື່ອບຸດໃນທ້ອງແມ່ຮັບປະທານ ພະລັງງານຮັກຈາກແມ່ຫຼາຍລົ້ນເພື່ອບຸດໂຕນ້ອຍແມ່ຍອມທຸກທາງ ລາວເປັນຄົນແລກທີ່ປ້ອນເຂົ້າ ລາວຫັດສອນໃຫ້ເວົ້າຈາ ລາວແພງຂ້ອຍເໜືອພູເຂົາ ແມ່ຫວງລູກນ້ອຍກວ່າໜ່ວຍຕາ ພາຄານຍ່າງໃຫ້ກ້າວເດີນ ນຳທາງສູ່ຄວາມຈະເລີນ ສອນສັດຈະທຳໃນຄວາມດີ ທຸກສິ່ງເລົ່ານີ້ລູກນ້ອມຮັບທຸກຄຳສັ່ງສອນທີ່ອອກຈາກປາກແມ່
ລູກຮູ້ແມ່ເມື່ອຍນຳ້ຕາໄຫຼແຕ່ກໍ່ຍິ້ມເພື່ອປະກົບ ທຸກຄຳສອນທີ່ແຂງແກ່ງຄືກັບແມ່ ຂໍໂທດບາງຄັ້ງທີ່ຫຼົງຜິດເພາະພຽງຄວາມຄິດຕາມໄວກໍ່ແລ້ວແຕ່ ຄວາມຮູ້ສຶກແມ່ພັງຍ້ອນລູກບໍ່ລະວັງເຜີທຳຮ້າຍຈິດໃຈຄົນເປັນແມ່ ແລະໃນຕອນນີ້ລູກຜ່ານມາໄດ້ຊີວິດທີ່ເຫຼືອຈະໃຊ້ເພື່ອແມ່ ທຸກຄຳແມ່ກ່າວລູກຂໍຈຳໄວ້ຮອຍຍິ້ມແສນງາມທີ່ແມ່ມອບໃຫ້ ຈະເກັບທຸກຢ່າງທີ່ແມ່ເຄີຍສອນ ເຖິງວ່າບາງຄັ້ງລູກຈະຮ້ອງໄຫ້ ເອິກຂ້າງຊ້າຍນີ້ຂໍມອບໃຫ້ແມ່ ບົດເພງໆນີ້ລູກຂຽນໃຫ້ແມ່ ຖ້າແມ່ໄດ້ຍິນລູກຢາກຂໍໂທດ ແລະລູກໂຄດພູມໃຈທີ່ໄດ້ເກີດເປັນລູກແມ່
Доступные форматы для скачивания:
Скачать видео mp4
-
Информация по загрузке: