Популярное

Музыка Кино и Анимация Автомобили Животные Спорт Путешествия Игры Юмор

Интересные видео

2025 Сериалы Трейлеры Новости Как сделать Видеоуроки Diy своими руками

Топ запросов

смотреть а4 schoolboy runaway турецкий сериал смотреть мультфильмы эдисон
dTub
Скачать

ປະ​ທານ ໜູຮັກ ພູມສະຫວັນ ຜູ້​ນຳ​ທີ່​ເຄົາ​​ລົບ​ຮັກ​ຂອງ​ປະ​ຊາ​ຊົນ​​ລາວບັນ​ດາ​ເຜົ່າ ndbc

Автор: nakhone ndbc

Загружено: 2019-04-08

Просмотров: 67421

Описание:

ລະນຶກເຖິງວັນຄ້າຍວັນເກີດຂອງປະທານ ໜູຮັກ ພູມສະຫວັນ ຄົບຮອບ 109 ປີ (9/4/1910-9/4/2019).
------------------------------
ລະນຶກເຖິງວັນຄຸນງາມຄວາມດີຂອງປະທານ ໜູຮັກ ພູມສະຫວັນ ປະທານປະເທດແຫ່ງ ສປປ ລາວ ຜູ້ທີ 3, ຜູ້ນຳການປະຕິວັດຮຸ່ນທຳອິດ, ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຊຶ່ງແມ່ນຜູ້ໜຶ່ງທີ່ເປັນແບບຢ່າງທີ່ດີ ໃນການເສຍສະລະເພື່ອປະເທດຊາດ, ເປັນແບບຢ່າງໃນການໃຊ້ຈ່າຍປະຢັດ, ດຳລົງຊີວິດຢ່າງປອດໃສ-ຂາວສະອາດ.
-------------------------------
ປະຫວັດ ແລະ ການເຄື່ອນໄຫວ:
ສະຫາຍ ໜູຮັກ ພູມສະຫວັນ ເກີດເມື່ອວັນທີ 9 ເມສາ 1910 ທີ່ ບ້ານພະລຸກາ ແຂວງມຸກດາຫານ ປະເທດໄທ ເປັນບຸດຂອງທ້າວ ທອງພັກ ແລະ ນາງ ບັນທູນ ໄດ້ສ້າງຄອບຄົວກັບ ນາງ ຈັນທົມ ໃນປີ 1933 ແລະ ມີລູກຮ່ວມກັນ 4 ຄົນ ຕໍ່ມາສະຫາຍໄດ້ ສ້າງຄອບຄົວກັບນາງ ບຸນມາ ໃນປີ 1944.

ການເຄື່ອນໄຫວປະຕິວັດຂອງສະຫາຍ ໜູຮັກ ພູມສະຫວັນ ໃນແຕ່ລະໄລຍະດັ່ງນີ້:
ປີ 1945 ສະຫາຍເປັນໜຶ່ງໃນບັນດາຜູ້ກໍ່ຕັ້ງ ຂະບວນການປະຕິວັດຂອງປະເທດເຮົາ. ປີ 1949 ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການລາວຕໍ່ຕ້ານ ປະຈຳພາກຕາເວັນອອກ ທັງຮັບຜິດຊອບກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ເພື່ອຈັດຕັ້ງລັດຖະບານລາວຕໍ່ຕ້ານ. ປີ 1950 ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການ ກະຊວງການເງິນຂອງລັດຖະບານລາວຕໍ່ຕ້ານ. ປີ 1954 ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະເຈລະຈາ ຂອງຝ່າຍແນວລາວຮັກຊາດທີ່ວຽງຈັນ. ປີ 1955 ກອງປະຊຸມໃຫຍ່ ຄັ້ງທີ I ເຊິ່ງເປັນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນລາວ (ໃນປັດຈຸບັນແມ່ນພັກປະຊາຊົນປະຕິວັດລາວ) ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການສູນກາງພັກ. ປີ 1958 ເປັນສະມາຊິກສະພາຜູ້ແທນລາຊະດອນ ໃນສະໄໝລວມລາວ ຄັ້ງທີ I ທັງເປັນເລຂາພັກ ພາກສ່ວນສູນກາງຢູ່ວຽງຈັນ. ປີ 1959 ສະຫາຍຖືກລັດຖະບານລາຊະອານາຈັກຈັບກຸມຄຸມຂັງ ພ້ອມດ້ວຍສະເດັດເຈົ້າສຸພານຸວົງ ແລະ ຜູ້ນຳຈຳນວນໜຶ່ງຂອງແນວລາວຮັກຊາດ. ປີ 1960-1962 ເປັນກຳມະການໃນຄະນະເຈລະຈາ ເພື່ອຈັດຕັ້ງລັດຖະບານປະສົມ ຄັ້ງທີ 2 ທັງເປັນເລຂາພັກ ພາກສ່ວນສູນກາງ ຢູ່ຄັງໄຂ (ແຂວງຊຽງຂວາງ) ເປັນຜູ້ຊີ້ນຳພາກສ່ວນເຂົ້າຮ່ວມ ໃນລັດຖະບານປະສົມ. ປີ 1966 ເປັນຜູ້ປະຈຳການຂອງຄະນະປະຈຳສູນກາງພັກ ຮັບຜິດຊອບວຽກງານຈັດຕັ້ງ ແລະວຽກງານເສດຖະກິດການເງິນ. ເດືອນ ກຸມພາ ປີ 1972 ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບຊີ້ນຳວຽກງານເສດຖະກິດ.

ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເລືອກຕັ້ງສະຫາຍເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການເງິນຂອງລັດຖະບານ ແຫ່ງ ສປປ ລາວ. ເດືອນ ເມສາ ປີ 1982 ແລະ ເດືອນ 11 ປີ 1986 ສະຫາຍໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີຜູ້ທີ 1 ທັງເປັນຜູ້ປະຈຳການສະພາລັດຖະມົນຕີ ຊີ້ນຳກຸ່ມເສດຖະກິດ. ປີ 1989 ໄດ້ຮັບການເລືອກຕັ້ງເປັນຜູ້ແທນສະພາປະຊາຊົນສູງສຸດ ແລະ ໄດ້ຮັບການເລືອກຕັ້ງເປັນປະທານສະພາປະຊາຊົນສູງສຸດ ຊຸດທີ 2 ທັງເປັນປະທານຄະນະກຳມະການຮ່າງລັດຖະທຳມະນູນ. ວັນທີ 25/11/1992 ສະຫາຍໄດ້ຮັບການເລືອກຕັ້ງ ໂດຍກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໃຫ້ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງວັນທີ 24 ກຸມພາ 1998. ສະຫາຍ ໜູຮັກ ພູມສະຫວັນ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ I, ຄັ້ງທີ II, ຄັ້ງທີ III ,ຄັ້ງທີ IV ແລະ ຄັ້ງທີ V ຂອງພັກ ໃນປີ 1955, ປີ 1972, ປີ 1982, ປີ 1986 ແລະ ປີ 1991 ສະຫາຍໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 2 ເຖິງກອງປະຊຸມໃຫຍ່ຄັ້ງທີ V. ສະຫາຍໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາ ຂອງຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມໃຫຍ່ຄັ້ງທີ VI ແລະ ຄັ້ງທີ VII ຂອງພັກ ໃນປີ 1996 ແລະ ປີ 2001.
-----------------------------------------------
/ / NakhoneNdbc / / 

-------------------------------------
NakhoneNdbc Channel ​
ຖານ​ຂໍ້​ມູນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ສ້າງຂຶ້ນ​​ໃນ​ວັນ​ທີ 2 ເມ​ສາ 2019 ຊຶ່ງ​ມີ​ຈຸດ​ປະ​ສົງ​ດັ່ງ​ນີ້:
1) ເພື່ອ​ສົ່ງ​ເສີມ​ສິ​ລະ​ປະ-ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊົນ​ເຜົ່າ ກໍ​ຄື​ຂອງ​ຊາດ ເປັນ​ຕົ້ນ ດ້ານ​ສິ​ລະ​ປະ​ການ​ແດງ, ການ​ຮ້ອງ​ເພງ, ການ​ປະ​ດິດ​ຄິດ​ບົດ​ເພງ-ບົດ​ເຕີມ ແລະ ອື່ນໆ;
2) ເພື່ອ​ເກັບ​ກຳ, ສັງ​ລວມຂໍ້​ມູນ​​ຕ່າງໆ​ທີ່​ເປັນ​ມໍ​ລະ​ດົກ​ທາງດ້ານ​ວັດ​ທະ​ນະ​ທຳ​ ແລະ ນຳ​ສະ​ເໜີ​ໃຫ້​ສັງ​ຄົມ​ໄດ້​ຮັບ​ຮູ້-ເຂົ້າ​ໃຈ ພ້ອ​ມ​ທັງ​ພ້ອມ​ກັນ​ສົ່ງ​ເສີມ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ​ຕະຫຼອດ​ໄປ;
3) ເພື່ອ​ນຳ​ສະ​ເໜີ​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ​ທີ່​ເປັນ​ສາ​ລະ​ປະ​ໂຫຍດ​ຕໍ່​ສັງ​ຄົມ.

ປະ​ທານ ໜູຮັກ ພູມສະຫວັນ ຜູ້​ນຳ​ທີ່​ເຄົາ​​ລົບ​ຮັກ​ຂອງ​ປະ​ຊາ​ຊົນ​​ລາວບັນ​ດາ​ເຜົ່າ ndbc

Поделиться в:

Доступные форматы для скачивания:

Скачать видео mp4

  • Информация по загрузке:

Скачать аудио mp3

Похожие видео

Заявление о победе в войне / Путин выступил с обращением

Заявление о победе в войне / Путин выступил с обращением

ປະທານປະເທດກ່າວເຖິງ​ບົດກອນປະທານໂຮຈິມິນ ປະທານໄກສອນ ແລະປະທານສຸພານຸວົງ ທີ່ມີເນື້ອໃນສາຍພົວພັນ​ລາວ-ຫວຽດນາມ

ປະທານປະເທດກ່າວເຖິງ​ບົດກອນປະທານໂຮຈິມິນ ປະທານໄກສອນ ແລະປະທານສຸພານຸວົງ ທີ່ມີເນື້ອໃນສາຍພົວພັນ​ລາວ-ຫວຽດນາມ

ຢ້ອນເບິ່ງ! ສຳພາດການເຄື່ອນໄຫວຕ່າງໆຂອງທ່ານ ໜູຮັກ ພູມສະຫວັນ ວີລະບູລຸດຜູ້ເສຍສະຫລະທີ່ຍິ່ງໃຫຍ່ຂອງຊາດລາວ

ຢ້ອນເບິ່ງ! ສຳພາດການເຄື່ອນໄຫວຕ່າງໆຂອງທ່ານ ໜູຮັກ ພູມສະຫວັນ ວີລະບູລຸດຜູ້ເສຍສະຫລະທີ່ຍິ່ງໃຫຍ່ຂອງຊາດລາວ

63ປີ ເຫດການມະຫັດສະຈັນ ຜູ້ນຳການປະຕິວັດແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງນະຄອນຫລວງວຽງຈັນ ໄປສູ່ເຂດທີ່ໝັ້ນ

63ປີ ເຫດການມະຫັດສະຈັນ ຜູ້ນຳການປະຕິວັດແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງນະຄອນຫລວງວຽງຈັນ ໄປສູ່ເຂດທີ່ໝັ້ນ

ກໍ່ສ້າງພັກ

ກໍ່ສ້າງພັກ

Куда дрейфует Латынина: фактчек недавних заявлений

Куда дрейфует Латынина: фактчек недавних заявлений

Сергей Тихановский уехал, а Светлана осталась / Лукашенко придумал хитрый план: подробности

Сергей Тихановский уехал, а Светлана осталась / Лукашенко придумал хитрый план: подробности

"Трамп не хочет смены режима": что происходит в Иране и чего ждать от США

Вечные враги? ДНК-тест армян и азербайджанцев меняет всё

Вечные враги? ДНК-тест армян и азербайджанцев меняет всё

ກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2025 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະກະຊວງພາຍໃນກໍາປູເຈຍ

ກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2025 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະກະຊວງພາຍໃນກໍາປູເຈຍ

Wyjaśniamy o co chodzi z Grenlandią. Czy naprawdę może wybuchnąć wojna USA-Dania?

Wyjaśniamy o co chodzi z Grenlandią. Czy naprawdę może wybuchnąć wojna USA-Dania?

Просыпаетесь в 3–4 ночи? 5 причин, о которых молчат после 40

Просыпаетесь в 3–4 ночи? 5 причин, о которых молчат после 40

ນາຍພົນ ພູມີ ໜໍ່ສະຫວັນ ເສັ້ນທາງຈາກຮອງນາຍຍົກ ສູ່ການເປັນຜູ້ລີ້ໄພທາງການເມືອງ |ສົງຄາມລາວ

ນາຍພົນ ພູມີ ໜໍ່ສະຫວັນ ເສັ້ນທາງຈາກຮອງນາຍຍົກ ສູ່ການເປັນຜູ້ລີ້ໄພທາງການເມືອງ |ສົງຄາມລາວ

Уоррен Баффет: Если вы хотите разбогатеть, перестаньте покупать эти 5 вещей.

Уоррен Баффет: Если вы хотите разбогатеть, перестаньте покупать эти 5 вещей.

ກໍ່ສ້າງພັກ : ຄຳເຫັນໂອ້ລົມຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11

ກໍ່ສ້າງພັກ : ຄຳເຫັນໂອ້ລົມຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11

''ທ່ານ ພົນໂທ ດວງໃຈ ພິຈິດ'' ນັກຮົບເສິກບໍ່ແຕນ ທີ່ຈາກໄປ...ຢ່າງບໍ່ມີວັນລືມ!

''ທ່ານ ພົນໂທ ດວງໃຈ ພິຈິດ'' ນັກຮົບເສິກບໍ່ແຕນ ທີ່ຈາກໄປ...ຢ່າງບໍ່ມີວັນລືມ!

#ເຄີຍຣັກແຫມບໍ #ເຄີຍຮັກນ້ອງບໍ #ຈັນນາລີ ຣະວາຍ #เคยรักน้องบอ  #จันนาลี รวาย

#ເຄີຍຣັກແຫມບໍ #ເຄີຍຮັກນ້ອງບໍ #ຈັນນາລີ ຣະວາຍ #เคยรักน้องบอ #จันนาลี รวาย

ປະເທດຊາດຈາລຶກບຸນຄຸນ! ວັນຄ້າຍວັນເກີດ ຂອງລຸງໜູຮັກ ພູມສະຫວັນ ຄົບຮອບ 111 ປີ ຜູ້ນໍາທີ່ແສນເຄົາລົບຮັກ

ປະເທດຊາດຈາລຶກບຸນຄຸນ! ວັນຄ້າຍວັນເກີດ ຂອງລຸງໜູຮັກ ພູມສະຫວັນ ຄົບຮອບ 111 ປີ ຜູ້ນໍາທີ່ແສນເຄົາລົບຮັກ

«Господин Ноу Рак Фумсаван», самый бедный лидер Лаоса... для народа!!

«Господин Ноу Рак Фумсаван», самый бедный лидер Лаоса... для народа!!

TRAGEDIA ZWIERZĄT. PROTESTY. TŁUMY PRZED SCHRONISKIEM

TRAGEDIA ZWIERZĄT. PROTESTY. TŁUMY PRZED SCHRONISKIEM

© 2025 dtub. Все права защищены.



  • Контакты
  • О нас
  • Политика конфиденциальности



Контакты для правообладателей: infodtube@gmail.com